![]() |
ຮູບພາບບາງມູມມອງຂອງ ແຂວງອຸດົມໄຊປະຫວັດແຂວງອຸດົມໄຊ[ແກ້ໄຂ]
ແຂວງນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນທີ່ຕັ້ງແຂວງນີ້ມີຊື່ວ່າແຂວງລ້ານຊ້າງ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງເມືອງໄຊ ຄ.ສ. 1967 ຈຶ່ງປ່ຽນຊື່ເປັນແຂວງອຸດົມໄຊມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ຈຶງໄດ້ໂອນເມືອງປາກທາ ແລະ ເມືອງຜາອຸດົມ ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ.
ທີ່ຕັ້ງ[ແກ້ໄຂ]
ລັກສະນະພູມສັນຖານ[ແກ້ໄຂ]
ເມື່ອມາເຖິງຕົວເມືອງຈະເຫັນອະນຸສາວະລີຂອງປະທານໄກສອນ ພົມວິຫານ ບ່ອນນີ້ຈະເປັນຈຸດນັດພົບຂອງຊາວອຸດົມໄຊ ເປັນບ່ອນ ພັກຜ່ອນ, ມາທາງທິດຕາເວັນອອກສ່ຽງໃຕ້ ຈະເຫັນຍອດພະທາດສີທອງສຸກ ຕັ້ງຢູ່ເທິງເນີນພູໃຈກາງເມືອງຊື່ວ່າ: ພູພະທາດ, ເຊິ່ງເປັນສາ ສະຫນາສະຖານທີ່ສຳຄັນຂອງຊາວລາວ ແລະ ເປັນຈຸດທີ່ສາມາດຊົມວິວທິວທັດ ໄດ້ຮອບຄອບເມືອງທ່າມກາງການຖືກອ້ອມຮອບດ້ວຍພູ ສະຫລັບສັບຊ້ອນ.
|
![]() |
| ຮູບພາບບາງມູມມອງຂອງ ແຂວງອຸດົມໄຊ |
➤ສິ່ງລຶກລັບທີ່ສວ່ຍສົດງົດງາມຂອງຖ້ຳຈອມອອງເມືອງໄຊ ແຂວງອຸດົມໄຊ
ສິ່ງລຶກລັບຂອງຖ້ຳຈອມອອງເມືອງໄຊ ຖ້ຳຈອມອອງ ມີສາຍນ້ຳ ໄຫລຜ່ານ, ມີນົມຜາ ແລະ ຫີນ ຍ້ອຍ-ຫີນງອກ ທີ່ມີລວດລາຍ ສວຍງາມ,ພ້ອມທັງຫີນແກ້ວ ເປັນສີຂາວເຫລື້ອມຄືກັບເພັດ ພອຍເປັນກ້ອນໃຫຍ່ໆ ຫ້ອຍປະ ດັບປະດາຢູ່ຕາມຝາຫີນປຽບ ດັ່ງດອກໄຟສະຫວ່າງສະໄຫວ ຢ່າງສວຍສົດງົດງາມ.
ຖ້ຳດັ່ງ ກ່າວຕັ້ງຢູ່ບ້ານຈອມອອງ ເມືອງ ໄຊ, ແຂວງອຸດົມໄຊ ຫ່າງຈາກ ເທດສະບານ ເມືອງໄປປະມານ 45 ກິໂລແມັດ, ເປັນຖ້ຳໃຫຍ່ ມີຫລາຍຮູເຂົ້າ-ອອກ, ຍາວປະ ມານ 16 ກິໂລແມັດ, ກວ້າງ 15-50 ແມັດ ແລະ ສູງປະມານ 25-100 ແມັດ ແລະ ເປັນຖ້ຳທີ່ສວຍງາມທີ່ສຸດຂອງ ແຂວງປະດັບ ສີສັນຕ່າງໆ ແບບ ທຳມະຊາດເປັນໜ້າອັດສະ ຈັນໃຈ. ເຊິ່ງແຕ່ກີ້ແຕ່ກ່ອນປະ ຊາຊົນເຂດນີ້ເຄີຍເອີ້ນວ່າຖ້ຳ ເຈຍ ຫລື ຖ້ຳຂີ້ເຈຍຍ້ອນມີໂຕ ເຈຍມາອາໄສຢູ່ເປັນຈຳນວນ ຫລາຍຈົນໄທ ບ້ານໄດ້ພາກັນ ມາເອົາຂີ້ເຈຍດັ່ງກ່າວໄປເປັນ ຝຸ່ນ ແລະ ນຳໃຊ້ເຂົ້າໃນການ ຜະລິດໝື້ປືນແກັບ. ຖ້ຳແຫ່ງນີ້ ຖືກຄົ້ນພົບໃນປີ ຄສ 2005 ແລະ ເປີດໃຫ້ບໍລິການໃນປີ 2007.
ຜ່ານການສຳຫລວດ ຂອງນັກວິທະຍາສາດຈາກສະ ຫະພາບເອີຮົບໃນປີ 2010 ຖ້ຳ ດັ່ງກ່າວກໍໄດ້ພັດທະນາໃຫ້ເປັນ ແຫລ່ງທ່ອງທ່ຽວລະດັບຊາດ. ປັດຈຸບັນ, ໄດ້ນຳເອົາກະແສ ໄຟຟ້າພະລັງງານແສງຕະເວັນ ເຂົ້າເຍືອງທາງໃຫ້ຮຸ່ງແລ້ວປະມານ 500 ແມັດ ແລະ ຢູ່ພາຍ ໃນຖ້ຳກໍມີການປົກປັກຮັກສາ ໄວ້ບໍ່ໄດ້ມີການດັດແປງໃດໆ, ເພື່ອເປັນມູນມໍລະດົກອັນລ້ຳຄ່າ ຂອງແຫລ່ງທ່ອງທ່ຽວແຂວງ ດັ່ງກ່າວໃຫ້ຍືນຍົງຄົງຕົວຕະຫລອດໄປ.
![]() |
| ຕາດນ້ຳກັດຢໍລະປ່າ |
ນ້ຳຕົກຕາດນ້ຳ ກັດເມືອງໄຊຈະເປັນອີກແຫລ່ງທ່ອງທ່ຽວຫນຶ່ງທີ່ຈະໄດ້ຮັບການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວຢ່າງເປັນລະບົບນັບແຕ່ນີ້ຮອດປີ 2015 ເຊິ່ງຈະໄດ້ມີການປັບ ປຸງ ແລະ ກຳນົດບຸລິມະສິດເຂດພື້ນທີ່ອະນຸລັກທັງສ້າງສິ່ງອຳນວຍຄວາມສະດວກບາງສ່ວນໃຫ້ແທດ ເຫມາະໂດຍຈະຮັກສາສິ່ງແວດລ້ອມໃນບໍລິເວນຕາດນ້ຳກັດໄວ້ຄືເກົ່າ
ນ້ຳຕົກຕາດນ້ຳ ກັດເປັນຕາດທີ່ມີຄວາມງົດງາມແຫ່ງຫນຶ່ງຢູ່ໃນແຂວງອຸດົມໄຊຫ່າງຈາກເທດສະບານແຂວງປະມານ 20 ກິໂລແມັດ ຢູ່ເຂດບ້ານກັດ ແລະ ບ້ານແຟນເມືອງໄຊ ນອນຢູ່ໃນເຂດອະນຸລັກຫົວ ນ້ຳກັດ ມີເນື້ອທີ່ 19 ພັນ 700 ເຮັກຕາໃນແຕ່ລະປີຈະມີນັກທ່ອງທ່ຽວເຂົ້າມາຫລາຍກວ່າ 20% ຂອງນັກທ່ອງທ່ຽວທັງຫມົດທີ່ມາທ່ຽວຊົມເມືອງໄຊເນື່ອງຈາກສະຖານທີ່ແຫ່ງນີ້ຍັງມີທຳມະ ຊາດອັນອຸດົມສົມບູນ ແລະ ສວຍງາມກົມກືນກັບນ້ຳຕົກຕາດທີ່ໂອບລ້ອມດ້ວຍທຳມະຊາດປ່າໄມ້ອາຍຸນັບຮ້ອຍປີ.
ຜົນຈາກການທ່ອງທ່ຽວຈິ່ງເຮັດໃຫ້ປະຊາຊົນເຂດບ້ານໃກ້ຄຽງມີລາຍຮັບຈາກການຂາຍ ເຄື່ອງຫັດຖະກຳພື້ນເມືອງຂອງເຜົ່າ ແລະ ການບໍລິການອື່ນໆແກ່ນັກທ່ອງທ່ຽວ. ແຕ່ນີ້ຮອດ 2015 ອົງການທ່ອງທ່ຽວແຫ່ງຊາດ ແລະ ພະແນກທ່ອງທ່ຽວແຂວງອຸດົມໄຊຈະພັດທະນາຕາດນ້ຳກັດໃຫ້ກາຍເປັນ 1 ໃນ 3 ຂອງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນແຂວງ ອຸດົມໄຊ
ໂດຍຈະສ້າງກິດຈະກຳການທ່ອງທ່ຽວແບບອະນຸລັກ ດ້ວຍການປະສານສົມທົບກັບພາກເອກະຊົນ ແລະ ປະຊາຊົນໃນທ້ອງຖິ່ນໃກ້ຄຽງພັດທະນາດ້ານການຕະຫລາດທີ່ເນັ້ນໃສ່ໂຄ ສະນາຕາດນ້ຳກັດແຕ່ນີ້ຮອດ 2015 ອົງການທ່ອງທ່ຽວແຫ່ງຊາດ ແລະ ພະແນກທ່ອງທ່ຽວແຂວງອຸດົມໄຊຈະພັດທະນາຕາດນ້ຳກັດໃຫ້ກາຍເປັນ 1 ໃນ 3 ຂອງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນແຂວງ ອຸດົມໄຊ ໂດຍຈະສ້າງກິດຈະກຳການທ່ອງທ່ຽວແບບອະນຸລັກ
ດ້ວຍການປະສານສົມທົບກັບພາກເອກະຊົນ ແລະ ປະຊາຊົນໃນທ້ອງຖິ່ນໃກ້ຄຽງພັດທະນາດ້ານການຕະຫລາດທີ່ເນັ້ນໃສ່ໂຄ ສະນາຕາດນ້ຳກັດ, ການພັດທະນາຕາດນ້ຳກັດຈະເປັນການອະນຸລັກເຂດອ່າງໂຕ່ງນ້ຳກັດ ເຊິ່ງເປັນແຫລ່ງຊັບພະຍາກອນອັນຕົ້ນຕໍຂອງການພັດທະນາການທ່ອງທ່ຽວ
ໃນແຂວງອັນເປັນ ການປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະແມ່ນຄອບຄົວທີ່ທຸກຍາກຢູ່ບ້ານແຟນໂດຍຈະສ້າງໃຫ້ປະຊາຊົນ ເຂົ້າຮ່ວມກິດຈະກຳການທ່ອງທ່ຽວ ແລະ ຄຸ້ມຄອງສະຖານທີ່ທ່ອງທ່ຽວໃຫ້ມີຄວາມຍືນຍົງ ແລະ ເປັນແຫລ່ງລາຍຮັບດ້ານການທ່ອງທ່ຽວຂອງແຂວງອຸດົມໄຊໃນອະນາຄົດ.
ໂດຍຈະສ້າງກິດຈະກຳການທ່ອງທ່ຽວແບບອະນຸລັກ ດ້ວຍການປະສານສົມທົບກັບພາກເອກະຊົນ ແລະ ປະຊາຊົນໃນທ້ອງຖິ່ນໃກ້ຄຽງພັດທະນາດ້ານການຕະຫລາດທີ່ເນັ້ນໃສ່ໂຄ ສະນາຕາດນ້ຳກັດແຕ່ນີ້ຮອດ 2015 ອົງການທ່ອງທ່ຽວແຫ່ງຊາດ ແລະ ພະແນກທ່ອງທ່ຽວແຂວງອຸດົມໄຊຈະພັດທະນາຕາດນ້ຳກັດໃຫ້ກາຍເປັນ 1 ໃນ 3 ຂອງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນແຂວງ ອຸດົມໄຊ ໂດຍຈະສ້າງກິດຈະກຳການທ່ອງທ່ຽວແບບອະນຸລັກ
ດ້ວຍການປະສານສົມທົບກັບພາກເອກະຊົນ ແລະ ປະຊາຊົນໃນທ້ອງຖິ່ນໃກ້ຄຽງພັດທະນາດ້ານການຕະຫລາດທີ່ເນັ້ນໃສ່ໂຄ ສະນາຕາດນ້ຳກັດ, ການພັດທະນາຕາດນ້ຳກັດຈະເປັນການອະນຸລັກເຂດອ່າງໂຕ່ງນ້ຳກັດ ເຊິ່ງເປັນແຫລ່ງຊັບພະຍາກອນອັນຕົ້ນຕໍຂອງການພັດທະນາການທ່ອງທ່ຽວ
ນ້ຳກັດຍໍລະປ່າ ສະຫວັນບົນດິນຂອງນັກເດີນທາງ
ຈາກເມືອງໃຫຍ່ ສູ່ພູເຂົາ, ຈາກຄວາມວຸ້ນວາຍ ສູ່ທໍາມະຊາດທີ່ສະຫງົບຽງບ;
ຊີວິດຂອງທຸກໆຄົນຕ້ອງການຄວາມສຸກທີ່ແທ້ຈິງ ແລະຄວາມສຸກທີ່ແທ້ຈິງ
ນັ້ນຈະເກີດຈາກຄວາມເປັນທໍາມະຊາດ ແລະ ໄຮ້ຄວາມສັບສົນ; ນ້ຳກັດຍໍ
ລະປ່າ ດິນແດນແຫ່ງຄວາມສຸກ ແລະ ສະຫວັນເທິງດິນຂອງນັກສະແຫວງຫາ
ຄວາມສຸກທີ່ແທ້ຈິງ ກໍາລັງລໍຖ້າທຸກໆຄົນໃຫ້ມາສໍາພັດຄວາມສຸກທີ່ແທ້ຈິງ
ໄດ້ທີ່ນີ້:
ເພື່ອຕ້ອນຮັບລະດູໜາວ ໃນທຸກໆທ້າຍເດືອນ ແລະພິເສດ ເພື່ອຕ້ອນຮັບປີໃໝ່ ທາງແຫຼ່ງທ່ອງທ່ຽວ ນໍ້າກັດຢໍລະປ່າ ຈະແຈກ 5 ປະເພດ ລາງວັນ ລວມທັງໝົດ 6 ລາງວັນ ປະຈໍາທ້າຍເດືອນ ທັນວາ 2016:
1< ລາງວັນປະເພດທີ 1: ມີ 1 ລາງວັນ ສໍາລັບ 2 ຄົນ ລວມມີ ຫ້ອງພັກ 3 ວັນ 2 ຄືນ (Pool Villa Namkat)
2< ລາງວັນປະເພດທີ 2: ມີ 1 ລາງວັນ ສໍາລັບ 2 ຄົນ ລວມມີ ຫ້ອງພັກ 3 ວັນ 2 ຄືນ (Executive-Deluxe Namkat)

























No comments:
Post a Comment